ຫ້ອງຮຽນເອເລັກໂຕຣນິກ1.1
Install Now
ຫ້ອງຮຽນເອເລັກໂຕຣນິກ1.1
ຫ້ອງຮຽນເອເລັກໂຕຣນິກ1.1

ຫ້ອງຮຽນເອເລັກໂຕຣນິກ1.1

ແມ່ນແອັບກ່ຽວກັບການຮຽນພື້ນຖານຂອງພາສາລາວ ຄະນິດສາດ ແລະ ຄວາມຮູ້ທົ່ວໄປ

App Size: Varies With Device
Release Date: Dec 20, 2021
Price: Free
Price
Free
Size
Varies With Device

Screenshots for App

Mobile
ຫ້ອງຮຽນເອເລັກໂຕຣນິກ ແມ່ນແອັບພຣິເຄຊັນກ່ຽວກັບການຮຽນພື້ນຖານຂອງພາສາລາວ, ຄະນິດສາດ ແລະ ຄວາມຮູ້ທົ່ວໄປ ສຳລັບເດັກນ້ອຍຂັ້ນອານຸບານຫາປະຖົມ ຫຼື ຄົນຕ່າງປະເທດ ທີ່ຕ້ອງການທີ່ຈະເລີ່ມຮຽນພາສາລາວ ກໍ່ສາມາດຮຽນໄດ້. ໂດຍຫ້ອງຮຽນເອເລັກໂຕຣນິກປະ ກອບມີການຮຽນຮູ້ກ່ຽວກັບໝວດພາສາລາວ,ໝວດຄະນິດສາດ, ຫັດຂຽນພາສາລາວ-ຕົວເລກ, ໝວດຄວາມຮູ້ທົ່ວໄປ, ໝວດເກມຝຶກສະໝອງ ແລະ ໝວດການອ່ານ ຊຶ່ງແຕ່ລະໝວດຈະມີ ຮູບພາບ ແລະສຽງ ເພື່ອດຶງດູດຄວາມໜ້າສົນໃຈໃຫ້ກັບຜູ້ຮຽນເຮັດໃຫ້ສາມາດຮຽນຮູ້ໄດ້ໄວຂຶ້ນ.
ຫ້ອງຮຽນເອເລັກໂຕຣນິກ ແມ່ນໄດ້ພັດທະນາຂຶ້ນເພື່ອສະໜອງເປັນສື່ການຮຽນການສອນ ເສີມໃຫ້ກັບນັກຮຽນ ແລະ ຄູ ໂດຍບໍ່ຫວັງຜົນກຳໄລ. ການພັດທະນາແອັບອາດມີຮູບພາບ ຫຼື ບາງເນື້ອໃນທີ່ນຳມາໃຊ້ຈາກແຫຼ່ງຕ່າງໆອາດມີລິຂະສິດ. ສະນັ້ນ, ການອະນຸຍາດເພື່ອໃຫ້ນຳໃຊ້
ແມ່ນຢູ່ພາຍໃຕ້ການອະນຸຍາດຂອງຜູ້ຂຽນ ຫຼື ຜູ້ເປັນເຈົ້າຂອງ. ໃນກໍລະນີປື້ມ ຫຼື ຮູບພາບພາຍ ໃນແອັບຫາກບໍ່ອະນຸຍາດໃຫ້ເຜີຍແຜ່ທາງການສຶກສາ ຜູ້ຂຽນ ຫຼື ເຈົ້າຂອງສາມາດສະເໜີມາຍັງ ອົງການ ແອັດເອອັກຊົງ ລາວ ເພື່ອເອົາປຶ້ມ ຫຼື ຮູບພາບອອກຈາກແອັບໄດ້ທັນທີ. ຂໍຂອບໃຈ.
ທີ່ຢູ່ອົງການ ແອັດເອອັກຊົງ ລາວ
ໜ່ວຍ 39, ຮ່ອມ 15 ບ້ານ ໂພນພະເນົາ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ໂທ: +856 21 261 537
+856 21 263 432
ແຟັກ: 021 263 432
ອີເມວ: [email protected]
ຫຼື: [email protected]

ກວດແກ້ ແລະ ຮັບຮອງໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
ໃບຢັ້ງຢືນເລກທີ 1387/ສວສ ລົງວັນທີ 15/11/2021

ຈຸດປະສົງຂອງແອັບ
1. ເພື່ອຊ່ວຍເປັນສື່ການສອນສຳລັບຄູ ເພື່ອດຶງດູດຄວາມສົນໃຈຂອງເດັກໃນເວລາຮຽນ
2. ເພື່ອໃຫ້ເດັກນ້ອຍໄດ້ຝຶກອອກສຽງ, ຝຶກຂຽນ, ຟັງ ແລະ ຄິດໄລ່ດ້ວຍຕົວເອງ
3. ເພື່ອໃຫ້ເດັກນ້ອຍໄດ້ສັງເກດ ແລະ ຈື່ຈຳສິ່ງທີ່ເຫັນເຮັດໃຫ້ມີພັດທະນາການໄດ້ໄວ
4. ເພື່ອໃຫ້ເດັກນ້ອຍໃຊ້ເວລາວ່າງນອກໂຮງຮຽນໃຫ້ເກີດປະໂຫຍດ
Show More
Show Less
More Information about: ຫ້ອງຮຽນເອເລັກໂຕຣນິກ1.1
Price: Free
Version: 3.0
Downloads: 1234
Compatibility: Android 5.0
Bundle Id: com.souliya.aealaos.eclassroom1_1
Size: Varies With Device
Last Update: 2022-09-22
Content Rating: Everyone
Release Date: Dec 20, 2021
Content Rating: Everyone
Developer: Aide et Action Laos


Whatsapp
Vkontakte
Telegram
Reddit
Pinterest
Linkedin
Hide